ຂ້າພະເຈົ້າສາມາດຮຽນ ຊ່າງໄມ້ ຈາກເວັບໄຊສນີ້ໄດັ້

ຂ້າພະເຈົ້າສາມາດດາວໂຫຼດ 1. ປື້ມຄູ່ມືຊ່າງໄມ້ 2. ອອກແບບເຟີນີເຈີ 3.ເບິ່ງYouTube ຊ່ອງ (ພັດທະນາສີມືຊ່າງໄມ້ລາວ)

ປື້ມຄູ່ມືຊ່າງໄມ້

ສາມາດດາວໂຫຼດປື້ມຄູ່ມື ແລະເບິ່ງວີດີໂອເພື່ອໃຫ້ເຂົ້າໃຈ ກັບປື້ມຄູ່ມື

ອອກແບບເຟີນີເຈີ

ສາມາດດາວໂຫຼດ ອອກແບບຈາກ ຮູບສາມມິຕິ,ລາຍການໄມ້ ,ແລະຮູບລາຍການສີ້ສ່ວນຂອງເຟີນີເຈີ

Youtube

ພວກເຮົາເຮັດວີດີໂອໃນYouTube ສາມາດເຂົ້າເບິ່ງໄດ້ ຊ່ອງ (ພັດທະນາສີມືຊ່າງໄມ້ລາວ)

ອົງການ IV-JAPAN ໄດ້ນຳສະເໜີທັກສະຊ່າງໄມ້ແບບຍີ່ປຸ່ນມາຫຼາຍກວ່າ 20 ປີຢູ່ປະເທດລາວ. ມີຊ່ຽວຊານຊ່າງໄມ້ ຄົນຍີ່ປຸ່ນຫຼາຍທ່ານທີ່ໄດ້ມາລາວ ແລະ ສອນທັກສະຊ່າງໄມ້ໃຫ້ແກ່ບັນດາຄູຝຶກ ແລະ ຊາວໜຸ່ມຈຳນວນຫຼາຍ. ໃນໄລຍະຜ່ານມາ, ພວກເຮົາໄດ້ດຳເນີນການຝຶກອົບຮົມຢູ່ທີ່ສູນການສຶກສານອກໂຮງຮຽນ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ສູນການສຶກສານອກໂຮງຮຽນ. ປັດຈຸບັນນີ້, ພວກເຮົາກຳລັງດຳເນີນໂຄງການຝຶກທັກສະຊ່າງໄມ້ ໂດຍຮ່ວມກັບ ສະຖາບັນພັດທະນາອາຊີວະສຶກສາ ເພື່ອພັດທະນາທັກສະຊ່າງໄມ້ຂອງຄູຝຶກຢູ່ໃນປະເທດລາວ.

ໃນທີ່ນີ້, ພວກເຮົາໄດ້ນຳສະເໜີທັກສະຊ່າງໄມ້ຢູ່ໃນເວບໄຊທ໌. ທ່ານສາມາດເບິ່ງວີດີໂອກ່ຽວກັບຊ່າງໄມ້ ແລະ ວີດີໂອແນະນຳຕ່າງໆ, ແຜນການອອກແບບເຟີນີເຈີແບບງາມໆ ແລະ ຊ່ອງ YouTube ຂອງພວກເຮົາ. ທັງໝົດນີ້ຈະຊ່ວຍໃຫ້ທ່ານສ້າງເຟີນີເຈີທີ່ແຂງແຮງ ແລະ ສວຍງາມ. ພວກເຮົາຫວັງຢ່າງຍິ່ງວ່າ ຄູຝຶກຊ່າງໄມ້, ນັກສຶກສາ ແລະ ຊ່າງໄມ້ ຈະນຳໃຊ້ຂໍ້ມູນຕ່າງໆໃນເວບໄຊທ໌ຂອງເຮົານີ້ ເພື່ອໄປພັດທະນາທັກສະຊ່າງໄມ້ໃຫ້ດີຂຶ້ນ.

ກຸ່ມຊ່ຽວຊານຊ່າງໄມ້

ທຸກຄົນຮຽນຊ່າງໄມ້ເຕັກນິກແບບຍີ່ປຸ່ນ ແລະສາມາດເຮັດເຟີນີເຈີ ແຂງແຮງ ແລະສວຍງາມ ທຸກຄົນຍາກໃຫ້ສີມືຊ່າງໄມ້ຄົນລາວດີຂື້ນ

ອາຈານ Koji ISIHIBASHI

ອາຈານ ທີ່ປຶກສາຊ່າງໄມ້ ຂອງອົງການ IV-JAPAN

ອາຈານ ມີປະສົບການສູງກ່ຽວກບັຊ່າງໄມ້ ແລະ ໄດ້ໄປສອນຊ່າງໄມ້ຢູ່ໃນຫຼາຍປະເທດໃນໂລກ ໂດຍສະເພາະ ປະເທດ ອາເມລິກາໄຕ້ ເວເນສະເວລາ ,ຫວຽດນາມ , ລາວ

ອາຈານ ທອງສີ ສີວົງເພັດ

ອາຈານ ຊ່າງໄມ້ ຂອງອົງກນIV-JAPAN

ເຄີຍເຮັດວຽກຢູ່ໂຮງງານ ເຟີນີເຈີ ຂອງຍີ່ປຸ່ນ ແລະສອນ ຊ່າງໄມ້ ກັບຊ່ຽວຊານ ຍີ່ປຸ່ນມາເປັນເວລາ 30 ປີ ມີຄວາມຮູ້ ແລະເຕັກນິກທີ່ດີ ຈາກຊ່າງຍີ່ປຸ່ນ

ອາຈານ ຈັນທະຈອນ ພັນທະວົງ

ອາຈານ ຊ່າງໄມ້ ຢູ່ສະຖາບັນພັດທະນາອາຊີວະສຶກສາ

ອາຈານ ຈັນທະຈອນ ເປັນ ອາຈານ ສອນ ຄູຊ່າງໄມ້ ໂຮງຮຽນ ອາຊີວະ ທຸກແຂວງໃນທົ່ວປະເທດ

ອາຈານ ລອນສະໄໝ ສີເພັດ

ອາຈານ ຊ່າງໄມ້ ຢູ່ສະຖາບັນອາຊີວະສຶກສາ

ອາຈານ ເປັນ ຄູສອນ ນັກຮຽນ ທີ່ຈົບ ນສູງ ຊ່າງໄມ້ ທີ່ມາຈາກຕ່າງແຂວງໃນທົ່ວປະເທດ